vendredi 2 octobre 2020

ບູນອອກພັນສາ | Fête de la fin du Carême | Festival Of The End Of Buddhist Lent

ບູນອອກພັນສາ | Fête de la fin du Carême | Festival Of The End Of Buddhist Lent
ບູນອອກພັນສາ | Fête de la fin du Carême | Festival Of The End Of Buddhist Lent

❝ ຮີດ 12:

໑. ເດືອນຈຽງ ຈະມີພິທີລ້ຽງຜີຟ້າຜີແຖນ ນິຍົມພະສົງອົງຄະເຈົ້າເຂົ້າປະລິວາດສະກຳ ບຸນວັດພູ ຈຳປາສັກ.
໒. ເດືອນຍີ່ ຈະມີພິທີເຮັດບຸນເຂົ້າຄູນລານ (ບຸນກິນຈຽງ) ເຜົ່າມົ້ງ ບຸນງະ ບຸນລະປຶມ (ລາວເທິງ ພາກໃຕ້) ບຸນ ກະເລີ (ລາວເທິງ ພາກເຫນືອ).
໓. ເດືອນສາມເພັງ ເຮັດບຸນເຂົ້າຈີ່ ບຸນມາຄະບູຊາ
໔. ເດືອນສີ່ ເຮັດບຸນພະເວດ ຫລື ບຸນມະຫາຊາດ.
໕. ເດືອນຫ້າ ເຮັດບຸນປີໃຫມ່ລາວ ຫລື ບຸນກຸດສົງການ
໖. ເດືອນຫົກ ເຮັດບຸນວິສາຂະບູຊາ ແລະ ບຸນບັ້ງໄຟ.
໗. ເດືອນເຈັດ ເຮັດບຸນເບີກຊຳລະບ້ານ ແລະ ລ້ຽງປູ່ຕາ (ກຽມເຮັດໄຮ່ເຮັດນາ).
໘. ເດືອນແປດ ເຮັດບຸນເຂົ້າພັນສາ.
໙. ເດືອນເກົ້າ ເຮັດບຸນເຂົ້າປະດັບດິນ (ມື້ແຮມ ໑໔ ຄໍ່າ ເດືອນ ໙ ພສ ໒໕໖໗ ຕົງກັບ ວັນທີ 14 ກັນຍາ 2024)
໑໐. ເດືອນສິບ ເຮັດບຸນເຂົ້າສະຫລາກ(ໃນມື້ຂຶ້ນ 15 ຄໍ່າ ເດືອນ 10 ທຸກໆປີ ສະເພາະ ປີ 2024 ກົງກັບ ວັນອັງຄານ ວັນທີ 17 ເດືອນ ກັນຍາ ພສ 2567).
໑໑. ເດືອນສິບເອັດ ເຮັດບຸນອອກພັນສາ(ໃນມື້ຂຶ້ນ 15 ຄ່ຳເດືອນ 10 ທຸກໆປີ ສະເພາະ ປີ ຄສ 2024 ກົງກັບ ວັນທີ 18/ຕຸລາ/ພສ 2567 ).
໑໒. ເດືອນສິບສອງ ເຮັດບຸນກະຖິນ ບຸນພຣະທາດຫລວງ.
ຄອງ14 ມີກົດ 14 ຢ່າງ:......?



  • ສາດສະໜາພຸດ Buddhist Religion



ນໍ້າໃຈ - esprit - spirit
ເສັ້ນທາງ ເສັ້ນກາງຄືການຫລີກລ້ຽງ ຄວາມຮ້າຍ ຂອງທຸກສິ່ງທຸກຢ່າງ - pensée juste - middle way
ອໍານວຍພອນ ໃຫ້ ສົມບູນ ປະສົບ ຜົນສຳເລັດ ພ້ອມດ້ວຍ ສະຕິປັນຍາ ຄຸນງາມຄວາມດີ ແລະ ກຽດຍົດສັກສີ - bénédictions - blessings
ຄວາມບໍລິສຸດ ເປັນສີ່ງທີ່ ໃຫ້ຜົນແກ່ຜູ້ປາຕິບັດໂດຍບໍ່ຈໍາກັດເວລາ - foi sereine - purity
ປັນຍາ ​ຄວາມ​ສາມາດ ແລະ ຄວາມສະຫຼາດ ເໝືອນດັ່ງເອົາ 4 ຂໍ້ ດັັ່ງກ່າວ ມາປະສົມເຂົ້າກັນ ຫຼື 4 ສີ ດັັ່ງກ່າວ ສີຟ້າ ສີເຫຼືອງ ສີແດງ ແລະ ສີຂາວ ມາປະສົມເຂົ້າກັນ ກໍ່ຈະໃດ້ ສີຜ້າບົງ(ສີເຫຼືອງຜ້າຄູບາ) ມີ (ປັນຍາ ​ຄວາມ​ສາມາດ ຄວາມສະຫຼາດ) - la couleur orangée pour l'intelligence, est un composé des quatre couleurs précédentes et rappelle le safran des robes de moines. - the amber(orange) color for intelligence, is a compound of the four preceding colors and recalls the saffron of monks' robes.
ສາດສະໜາ ພຸດ - Religion Bouddhiste - Buddhist Religion


ມໍລະດົກ​ວັນນະຄະດີ​ລາວ : ການ​ປົກ​ປັກ​ຮັກສາ, ການ​ເຜີຍ​ແຜ່ ​ແລະ ທັດສະນະ​ການ​ຄົ້ນຄວ້າ
The Literary Heritage of Laos - Le patrimoine littéraire du Laos

ພັບປະກອບຮູບແຕ້ມ ມະຫາວົງແຕງອ່ອນ 1
Manuscrit illustré Mahavong taeng-on 3
Illustrated Mahavong taeng-on manuscript 5

ຄວາມຊົງຈໍາ ການຢ້ຽມຢາມຂອງດາຣາໂຮລີວຸດ Hollywood Visit

ແອກຟອກວັນ ມາຮອດ ຫຼວງພຣະບາງ 5 ເມສາ 2018 - Air Force One atterrit à Luang Phrabang - Air Force One lands in Luang Phrabang 5th April 2018. ດາຣາ ຮອນລີວູດ ຮາຣີເຊີນ ຟອດ ໄດ້ມາຢ້ຽມຢາມຫຼວງພະບາງ ພ້ອມດ້ວຍ ພັນລະຍາ ແລະ ລູກຊາຍ ພວກເພີ່ນໃດ້ຢ້ຽມຢາມວັດຜາໂອ ເພື່ອມາໄຫວ້ ສາທຸ ອອນແກ້ວ ສິດທິວົງ ອະທິການ ວັດຊຽງທອງ ວັດປາກຄານ ແລະ ວັດຜາໂອ ແລ້ວ ພວກເພີ່ນ ຍັງໄດ້ໄປຢ້ຽມຢາມ ວັດຫຼວງ ຫໍພິພິທະພັນ ສູນສິລະປະພື້ນເມືອງ ແລະ ຊົນເຜົ່າ.

HFmar
HFmeda HFmedb

L'acteur hollywoodien Harrison Ford s'est rendu à Luang Prabang dans le cadre d'une tournée de la région. Il s'est arrêté au temple Pha O et a rendu hommage à Sathou Onekeo Sittivong, abbé de Wat Xieng Thong, Wat Pakkhan et Wat Pha O. L'acteur hollywoodien avec sa femme, l'actrice Calista Flockhart et leur fils Liam ont visité des temples et des musées. La famille Ford a offert une statue de Bouddha à Wat Pha O comme cadeau à la communauté bouddhiste locale. Ils ont également visité le Centre des arts traditionnels et d'ethnologie de Luang Prabang.
Harrison Ford made a visit to Luang Prabang. He stopped at the Pha O temple with his wife, actress Calista Flockhart and their son Liam, to paid tribute to Sathou Onekeo Sittivong, abbot of Wat Xieng Thong, Wat Pakkhan and Wat Pha O. They visited temples and museums also they visited the Luang Prabang Center for Traditional Arts and Ethnology.
Et bien sûr faire un petit tour aux éléphants, une petite aventure mais pas comme Indiana Jones !

ອອກພັນສາພາແຄ້ນ: ອ.ຈ.ຄຳພູ ທະວີວັນ

ຫຼລັງ ຈາກ 3 ເດືອນ ນັບແຕ່ 15 ຄ່ຳເດືອນ 7 ມື້ເຂົ້າພັນສາ ຮອດ 15 ຄ່ຳ​ເດືອນ 10 ມື້ອອກພັນສາ ເປັນມື້ທີ່ ພະສົງ ໄດ້ຈຳພັນສາ ຄົບ ສາມເດືອນ. ມີການ ທຳບຸນ ຕັກບາດ ຢາດນ້ຳ ໃຫ້ທານ.ຕອນຄໍ່າກໍມີ ການ ວຽນທຽນ ແລະ ໄຕ້ ທຽນບູຊາ ຕາມ ບ້ານເຮືອນ. ວັນຕໍ່ມາ ກໍແມ່ນວັນ ລອຍກະໂທງ ໄຫຼເຮືອໄຟ. ນອກນັ້ນ ກໍມີ ການຊ່ວງເຮືອ.
ໄຫຼເຮືອໄຟ ຫຼື ລອຍກະໂທງ ປະຖິຖານ ລ່ອງລົງ ໃນ ນໍ້າຂອງ ເພຶ່ອໃຫ້ ແມ່ນໍ້າຂອງ ຕອບສະໜອງ ປາບໄລ່ໄພມານ ໜີ ລ່ອງລົງ ໃນ ນໍ້າຂອງ ເພຶ່ອໃຫ້ ແມ່ນໍ້າຂອງ ເອົາໄປຖີ້ມ. ນອກຈາກນີ້ຍັງ ຂໍໃຫ້ ແມ່ນ້ໍາຂອງ ແລະ ສີ່ງສັກສິດ ທັງຫມົດ ໃຫ້ອະໄພ ສໍາລັບ ການຂາດຄວາມນັບຖື ຫຼື ໃຊ້ ນໍ້າ ທີ່ບໍ່ເປັນ ເຫດຜົນ.

ບຸນຊ່ວງເຮືອ ໃດ້ຈັດຂື້ນ ແລ້ວແຕ່ ປະຕິທິນ ຂອງແຕ່ລະ ແຂວງ ທີ່ ຕັ້ງ ຕາມ ແຄມ ສາຍ ແມ່ ນໍ້າຂອງ (ຫຼວງພຣະບາງ ວຽງຈັນ ສະຫວັນນະເຂດ ປາກເຊ). ຈຸດສ່ວນໃຫຽ່ ແມ່ນ ການອະນຸລັກ ຮັກສາວັດທະນະທັມ, ຮີດຄອງປະ ເພນີ ອັນດີງາມ ຂອງ ທ້ອງຖິ່ນທີ່ໄດ້ ສືບຕໍ່ກັນມາ, ທັງ ເປັນການ ສົ່ງ ເສີມ ການທ່ອງທ່ຽວ ທ້ອງຖິ່ນ ໃຫ້ນັບມື້ຟົດຟື້ນ, ທັງເປັນການສ້າງ ຄວາມສາມັກຄີຮັກແພງ ລະຫວ່າງ ບ້ານ ແລະ ຊາວເມືອງ. ບູນຊ່ວງເຮືອ ໃນຂະນະທີ່ ໄດ້ກາຍເປັນ ຈຸດຂອງການບັນເທີງ, ກິລາໜ້ານໍ້າ ແລະ ການຄ້າ ແຕ່ ບຸນຊ່ວງເຮືອ ກໍແມ່ນ ການອະນຸລັກ ຮັກສາວັດທະນະທຳ ຢູ່ເໝຶອນເກົ່າ.
ຕາມຄຳ ບອກເລົ່າ ຂອງ ຜູ້ເຖົ້າຜູ້ແກ່ ໃຫ້ຮູ້ວ່າ: ແມ່ນ ການສແດງ ຄວາມເຄົາລົບອັນສູງສົ່ງ ຕໍ່ ພະຍານາກ ຜູ້ປົກປັກ ຮັກສາດິນ ໃຫ້ ດິນ ມີ ຄວາມອຸດົມສົມບູນ, ໃຫ້ ຊາວກະສິກອນ ໃດ້ເຮັດໄຮ່ ເຮັດນາ ແລະ ກະສິກັມ ໄດ້ລັບຜົນງານດີ, ມີເຂົ້າກີນ ທົ່ວ ປະເທດ ຈົນສົ່ງຂາຍອອກ ນອກປະເທດ ແລະ ນັບມື້ ໃຫ້ມີ ເສດຖີ ຖັງເຂົ້າສານ ເພີ້ມຕື່ມຂື້ນອີກ.
ເຊີນຊົມ ສີລະປະ ແລະ ຄວາມງາມ ຂອງ ເຮືອຊ່ວງ ເມື່ອ ເພີ່ນພາຍ ແລະ ໂຍ້ມ ເໝືອນ ພະຍານາກ ລອຍຫຼີ້ນ ຕາມໜ້າ ແມ່ນໍ້າຂອງ.


ຄືນໜື່ງໃນງານວັດ ເພັງອາຈານໃຫຍ່ ສໍປະເສີດ ມາຮ້ອງໃຫມ່ ຈາກ ສຸກັນ ສຸລິຍະວົງ
ເມື່ອຮອດມື້ບູນ ຕອນເຊົ້າ ໜູ່ມສາວບ່າວນ້ອຍ ພາກັນໄປກີນເຂົ້າປ່າ ຢູ່ ຕາດເຊລະບໍາ ທີ່ມີທີວທັດອັນສວຍງາມທີ່ສຸດ. ຍາມແລງນັດພົບທິ່ບູນວັດ ໜູ່ມສາວບ່າວນ້ອຍ ພາກັນໃຕ້ທູບທຽນດອກໄມ້ ບູຊາຕາມທາດເຈດີ ຕ່າງໆ ອ້ອມວັດ ແລະ ອູທິດບູນກູສົນ ເຖີງຜູ້ທີ່ໃດ້ລ່ວງລັບ ຫຼັງຈາກວຽນທຽນ ໜູ່ມສາວບ່າວນ້ອຍ...

ຄືນໜື່ງໃນງານວັດ - ບາງກູ່ມ ກໍພາກັນໄປເບີ່ງໜັງ(ຮູບເງົາ) ຈໍກາງເດີ່ນ
- ບາງກູ່ມ ກໍພາກັນໄປເບີ່ງໜັງ ປະຫຼັດຕື້ ອ້າຍແກ້ວ ອ້າຍຕື້ ອ້າຍຍອດທອງ
- ບາງກູ່ມ ກໍພາກັນໄປເບີ່ງ ຕີມວຍ
- ບາງກູ່ມ ກໍພາກັນໄປຊ່ຽງໂຊກ ຍີງກະປອງ ແກ່ງກະປອງ ຊັ່ນໝາກກະລອກ ໝາກອີ່ເຕົ໋າ
- ບາງກູ່ມ ກະພາກັນໄປຊື້ ພວງມະໄລ ໄປໂຄ້ງເອົາ ນາງສາວ ນັ່ງຖ້າອ້າຍບ່າວ ເອົາພວງມະໄລ ມາໂຄ້ງຂື້ນຟ້ອນລໍາວົງ ດົນຕຣີນັກຮ້ອງ ເສບບໍ່ມີຢູດ ຖ້າແຕ່ສຽງໝາກຫວີດເປົ່າ ສະແດງວ່າ ໝົດຮອບແລ້ວ ຕ້ອງໃດ້ລົງຮ້ານເວທີ ໄປຊື້ ພວງມະໄລໃໜ່ອີກ ບາງບ່າວຊື້ໃວ້ເປັນສິບເປັນຊາວ ແຂນໃສ່ຄໍຕົນເອງ ຟ້ອນຈົນເບິດພວງມະໄລຈື່ງລົງ ບ່າງບ່າວກ່ອນຈະລົງຮ້ານ ເພື່ອໃຫ້ກໍາລັງໃຈແກ່ ນາງສາວນັກຮ້ອງ ຄາບເງີນໃສ່ປາກ ໃຫ້ນາງສາວນັກຮ້ອງ ມາຄາບເອົາ ບາງບ່າວຂີ້ອາຍແດ່ ກະຂໍຍັດໃສ່ເສື້ອຊ້ອນ ກະພໍໃຈ....


ໃຜແດ່ເຄີຍໃດ້ຍີງຢາງກະຕີ້ວແບບນີ້ ຄືນໜື່ງໃນບູນວັດ ?
ກູ່ມນັກຂີ້ດື້ໄປຍີງຢາງກະຕີ້ວ
ກົດໃສ່ຮູບ ຮູ້ຕື່ມ


ຄືນໜື່ງໃນງານວັດ ຫຼາຍໆທ່ານ ເພີ່ນໃດ້ຝາກເນື້ອຄວາມມາໃຫ້ ເພື່ອຢາກ ໃຫ້ຄວາມຊົງຈໍາ ຂອງພວກເພີ່ນ ຍືນຍົງ ແລະ ມີລີລາ ໃນດ້ານບັນເທີງ ເຮຮາ ພາເພີນ ພວກນັກຂີ້ລື້(ຂີ້ດື້) ພາກັນໄປເບີ່ງ ເຕັ້ນລະບໍາ ຫຼື ວ່າ ຈໍາບະ เต้นจ้ำบ่ะ ການເປີດສາກ ແຕ່ລະລອບ ແຕ່ລະຄັ້ງ ມີນັກຮ້ອງຢິງ ມາຮ້ອງໂຊເໝຶອນ ວີດີໂອ ❝ ພວກນັກຂີ້ລື້ ພວກເພີ່ນໃດ້ຕຽມມາແລ້ວ ຕຽມມາແຕ່ເຮືອນ ກໍ້ເງີນກີບ ເງີນບາດ ເງີນດອນລາ ໃຫ້ນ້ອຍໆ ແລ້ວ ເອົາຢາງກະຕີ້ວມັດໃສ່ ພວກນັກຂີ້ລື້ ກົ້ມຈອບເຂົ້າມາລູ່ມເວທີ ຕຽມພ້ອມ ແນຢ່າງຊັດເຈນ ເມື່ອຮອດຈັງວະ ຮອດເວລາ ຫົວໜ້າ ຍີງ ພວກສະໝູນລູກນ້ອງ ກໍ່ຍີງເຂົ້າຕື່ມເປັນຫ້າເປັນສີບ ທ່ານຜູ້ຊົມທາງຫຼາຍ ພາກັນຫົວຢ່າງຄືກຄື້ນ ເມື່ອຢາງກະຕີ້ວ ຕົກໃສ່ຈຸດເດັ່ນ...! ຫົວແທ້ ຫົວວ່າ ອາຫຼີໄດຂ້ານ້ອຍ ຫົວຈົນໃສ້ບິດໃສ້ບ້ຽວ... ທາງຝ່າຍໂຄສົກ ໃດ້ປະກາດວ່າ "ອົດເອົາເດີ ອີ່ຫຼ້າ ແສບໜິດດຽວ ແຕ່ໃດ້ຕາງເຢີະ"

ມໍລະດົກ: ການປົກປັກຮັກສາ ວັດທະນະທໍາ ດ້ານສິ່ງແວດລ້ອມ


ຕາດອັນດັບໜື່ງຂອງໂລກ ຕາດຄອນ - Niagara Falls Southeast Asia - 4000 Islands.
KHONE Falls is the World's Largest Waterfalls by Average Width (35 376 feet - 10 783 m - 10 km 783 )

ອັນດັບໂລກຂອງ ຕາດ ມີ 3 ລັກສະນະ
1. ຄວາມກວ້າງ ຕາດຄອນ 10 ກມ 783 Widest Waterfalls
2. ລະດັບຄວາມສູງ Tallest Waterfalls
3. ປະລິມານກະແສນໍ້າ Largest Volume m³/s
Source: World Waterfall Database
At Don Daeng, long strips of gray sand stretch along its banks. It's here that the river sometimes overflows to extend over 10 kilometers wide. Hundreds of islands are scattered across the meanders of the river. The Southeast Asian Niagara Falls, located near the border with Cambodia, in the extreme south of Laos, the falls of "Khone Phapheng" are the most impressive waterfalls of the country. A high rocky promontory allows you to enjoy the view of the 13 kilometers of rapids that run on just 18 meters of altitude, but whose arm 300 meters wide is broken on the submerged rocks. No need to imagine bathing without saying goodbye to life !!!.

ລາວ
Laos

1 ອຸດົມໄຊ 2 ໄຊຍະບູລີ 3 ຊຽງຂວາງ 4 ຫົວພັນ 5 ບໍ່ແກ້ວ 6 ຜົ້ງສາລີ 7 ຫຼວງນ້ຳທາ 8 ຫຼວງພະບາງ 9 ວຽງຈັນ 10 ນະຄອນຫຼວງວຽງຈັນ 11 ຄໍາມ່ວນ 12 ສະຫວັນນະເຂດ 13 ໄຊສົມບູນ 14 ບໍລິຄຳໄຊ 15 ອັດຕະປື 16 ສາລະວັນ 17 ເຊກອງ 18 ຈຳປາສັກ

'ສບາຍດີ' SABAIDEE LAOS     もしもし 'Moshimoshi' JAPAN     'annyeonghaseyo' 안녕하세요 KOREA    'Bonjour' FRANCE     'Welcome' ENGLISH     'Nǐ hǎo' 你好 CHINA     'สวัสดี' Sawatdee THAILAND     Malais 'Selamat Pagi'     'xin chào' VIETNAM     'សួស្តី ' suostei CAMBODIA    'ဟယ်လို' haallo MYANMAR     'Kamusta' PHILIPPINES    'Elo' TIMOR-LESTE

'ຂອບໃຈ' KHOPCHAI LAOS   ありがとうございました 'arigatōgozaimashita' JAPAN   고맙습니다 'gomabseubnida' KOREA   'Merci' FRANCE    ENGLISH 'Thank you'    DEUTSCHLAND 'Danke'   CHINA 'Xièxiè' 谢谢    'ขอบคุณ' Khopkhun THAILAND    MALAY Bahasa Melayu 'Terima kasih'     'Cảm ơn bạn' VIETNAM     'សូមអរគុណ ' saum arkoun CAMBODIA     'ကျေးဇူးတင်ပါတယ်' kyaayyjuutainpartaalMYANMAR     'Salamat'PHILIPPINES     'Obrigadu - Obrigada' TIMOR-LESTE

Artist: Patrice Murciano
ພວກເຮົາບໍ່ຈື່ມື້ຈື່ວັນ ແຕ່ ພວກເຮົາຈື່ "ຊ່ວງເວລາ" ຫວັງຢ່າງຍີ້ງ ວິດີໂອ ຮູບພາບຈະນໍາມາໃຫ້ທ່ານແຕ່ ຄວາມສູກ ແລະ ຄວາມຮັກ.
We don't remember days We remember "moments" May the Awesome photos videos bring you lots of wonderful moments but most of all love.

Made for You to See more Hear more Hear The World's Sounds See what's up and coming on... Enjoy ! Send Me A Kind Word
Merci ຂອບໃຈ Thank You

Orange W: 655 689       Orange FLU: 664 000